ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານ ແຂວງຫຼວງພະບາງ


     ຕອນເຊົ້າວັນທີ 16 ກຸມພາ 2024 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່
ເສນາທິການກອງທັບ ໄດ້ຢ້ຽມຢາມ ແລະ ພົບປະໂອ້ລົມກອງ ບັນຊາການທະຫານແຂວງຫຼວງພະບາງ, ໂດຍມີ ສະຫາຍ ພົນຈັດຕະວາ ວິ
ລ່ຽມ ວົງທິສານ ເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ມີອົງການ 6 ຫ້ອງ, ຄະນະພັກ-ຄະນະ ບັນຊາ
ກົມກອງອ້ອມຂ້າງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມຮັບຟັງ.

     ພາຍຫຼັງ ສະຫາຍ ພັນເອກ ວິລະສິນ ມິດຕະພອນ ຮອງກອງບັນຊາການ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ຂຶ້ນ
ລາຍງານຫຍໍ້ ສະພາບຈຸດພິເສດ, ທີຕັ້ງ, ພາລະບົດບາດ, ພ້ອມທັງຕີລາຄາໝາກຜົນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ປິ່ນອ້ອມ 4 ໜ້າ
ທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານ, ໂດຍ
ລວມພະນັກງານ-ນັກຮົບ ແມ່ນມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຫ້າວຫັນເຮັດສຳເລັດໜ້າທີ່ການ
ເມືອງທີ່ໄດ້ຮັບມອບໝາຍ, ຂອບເຂດຮັບຜິດຊອບ ແມ່ນມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງ
ນາຍ ແລະ ພົນທະຫານ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ໄປພ້ອມກັນນີ້ຍັງໄດ້ເຄື່ອນໄຫວພົວພັນຮ່ວມມືກັບບັນດາກົມກອງເພື່ອນມິດ
ຍຸດທະສາດ ສອດຄ່ອງຕາມແນວທາງການຕ່າງປະເທດຂອງພັກ.

     ໂອກາດນີ້ ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້
ກຽດມີຄໍາເຫັນໂອ້ລົມຊີ້ນຳຫຼາຍບັນຫາທີ່ສຳຄັນ, ເຊິ່ງກ່ອນອື່ນ ແມ່ນໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ຄະ
ນະພັກ-ຄະນະບັນຊາ , ນາຍ ແລະ ພົນທະຫານ ທົ່ວແຂວງຫຼວງພະບາງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນ ສະພາບ
ຂອງສາກົນ, ພາກພື້ນທີ່ຜັນແປໄປຢ່າງສະຫຼັບຊ້ອນ, ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ກະທົບຕໍ່ການດຳລົງຊີວິດປະຊາ
ຊົນບັນດາເຜົ່າ ກໍຄືພະນັກງານ-ນັກຮົບ ໃນກຳລັງປະກອບອາວຸດ, ຢືນຢູ່ຕໍ່ໜ້າສະພາບການດັ່ງກ່າວ ຄະນະພັກຄະນະບັນຊາແຕ່ລະຂັ້ນຈະ
ຕ້ອງເພີ່ມທະວີສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ຕໍ່ເນື່ອງເລິກເຊິ່ງ ແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານ ມີຄວາມຈົງຮັກພັກ
ດີຕໍ່ພັກ-ລັດ, ຍົກສູງນ້ຳໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ, ເສີມຂະຫຍາຍ 3 ທາດ, 6 ມູນເຊື້ອອັນດີງາມຂອງກອງທັບ, ປະຕິບັດ 7
ລະບອບ 18 ວຽກ ຂອງກອງທັບ ໃຫ້ເຂັ້ມງວດ, ຍົກສູງ ບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ສືບຕໍ່ເອົາໃຈ
ໃສກໍ່ສ້າງພັກ-ພະນັກງານ ຮຸ້ນສືບທອດ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕີວັດດີ, ມີຄວາມຮູ້, ຄວາມສາມາດ,
ມີແບບແຜນວີທີເຮັດວຽກທີ່ມີຫຼັກການວິທະຍາສາດ, ກຳແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ, ຖືເອົາມະຫາຊົນເປັນກຳລັງແຮງລວມ
ຂອງກົມກອງ, ສືບຕໍ່ເຮັດວຽກງານອົບຮົມ-ຫັດ ແອບເພື່ອຝຶກຝົນຫຼໍ່ຫຼອມກໍາລັງແຮງກາຍຂອງນາຍ ແລະ ພົນທະຫານ, ປະຕິບັດລະບອບ
ບົວລະບັດ ພັດເຊັດ, ກວດກາພາຫະນະເຕັກນິກອາວຸດຍຸດໂທປະກອນຂອງກອງທັບ ໃຫ້ຕໍ່ເນື່ອງເຂັ້ມງວດ ເພື່ອກຽມພ້ອມເຮັດສໍາເລັດໜ້າ
ທີ່, ໄປພ້ອມກັບການສູ້ຊົນສ້າງພະລາທິການກັບທີ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດ
4 ປູກ 4 ລ້ຽງທີ່ກົມໃຫຍ່ພະລາທິການກອງທັບວາງອອກ ຕາມທ່າແຮງເງື່ອນໄຂບົ່ມຊ້ອນຂອງກົມກອງ ແລະ ສືບຕໍ່ພົວພັນຮ່ວມມືກັບ
ເພື່ອນມິດສາກົນ ທີ່ກ້າວໜ້າ ຕາມແນວທາງການຕ່າງປະເທດຂອງພັກ, ບົນພື້ນຖານຕ້ອງເດັດດ່ຽວ ໜຽວແໜ້ນ ເຊື່ອໝັ້ນຕໍ່ການນຳພາຂອງ
ພັກ, ດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ ດໍາລົງຊີວິດປອດໃສ, ຂາວສະອາດ, ສຸພາບຮຽບຮ້ອຍ, ເຮັດແທ້ທຳຈິງ, ບູກບືນຜ່ານຜ່າ, ຄົ້ນຄົ້ວາຮໍ່າ
ຮຽນ ເພື່ອພັດທະນາ ຕົນເອງ ແລະ ກົມກອງ ໃຫ້ກາຍເປັນກອງທັບປະຕິວັດ ທີ່ມີລະບຽບແບບແຜນທີ່ທັນສະໄໝຂຶ້ນເປັນກ້າວໆ.

     ໂອກາດມາພົບປະຢ້ຽມຢາມ ສະຫາຍ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຍັງໄດ້ ມອບເງິນສົດຈໍານວນ 15.000.000 ກີບ,
ເພື່ອຊຸກຍູ້ເຂົ້າໃນວຽກງານດ້ານຕ່າງໆຂອງກອງບັນຊາການທະຫານແຂວງຫຼວງພະບາງ ຕື່ມອີກ.

ແຫຼ່ງຂ່າວໂດຍ ສົມພອນ ສຸວັນທອນ
ວັນທີ 19/02/2024